ກອງບັນຊາການ ປກສ ແຂວງຜົ້ງສາລີ ຈັດພິທີເຊື່ອມຊຶມເອກະສານສຶກສາອົບຮົມວຽກງານການເມືອງ-ແນວຄິດໃນກຳລັງປ້ອງກັນຄວາມສະຫງົບ ໃນວັນທີ 4 ມີນາ 2026; ເຜີຍແຜ່ໂດຍ ພົຈວ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີຄະນະປະຈຳພັກ, ຄະນະພັກ-ຄະນະບັນຊາ, ພ້ອມດ້ວຍຫົວໜ້າຫ້ອງ-ຮອງຫ້ອງໃນ 7 ຫ້ອງ 1 ກອງ, ຕະ ຫຼອດຮອດ ນາຍ ແລະ ພົນຕຳຫຼວດອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.

ໃນພິທີ, ໄດ້ຮັບຟັງຄຳແນະນຳຂອງກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບ ເລກທີ 6318/ກມປສ, ລົງວັນທີ 25 ທັນວາ 2025 ກ່ຽວກັບ ການຂຽນບົດສຳ ຫຼວດຕົນເອງຂອງນາຍ ແລະ ພົນຕຳຫຼວດ, ການດຳເນີນຊີວິດການເມືອງ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບ ຄົບຮອບ 65 ປີ, ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງຜົ້ງສາລີ ເລກທີ 386/ປກສ.ຜລ, ລົງວັນທີ 3 ມີນາ 2026 ວ່າດ້ວຍການເເຕ່ງຕັ້ງຄະນະຮັບ ຜິດຊອບຊີ້ນຳບັ້ນດຳເນີນຊີວິດການເມືອງ ເນື່ອງໃນໂອ ກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ແລະ ຮັບຟັງ 4 ບົດທີ່ສຳຄັນ ຄື: 1. ເພີ່ມທະວີວຽກ ງານການສຶກສາອົບຮົມການເມືອງ-ແນວຄິດ ໃນກຳລັງປ້ອງກັນຄວາມສະຫງົບ; 2. ເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ; 3. ຈັນຍາບັນ-ຈັນຍາທຳຂອງນາຍ ແລະ ພົນຕຳຫຼວດ; 4. ການຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກຳລັງປ້ອງກັນຄວາມສະຫງົບ, ໂດຍໄດ້ຍົກໃຫ້ເຫັນຄວາມສຳນຶກຄວາມສຳຄັນ, ຄວາມຈຳເປັນ, ໜ້າທີ່ພື້ນຖານ,ເນື້ອໃນສຶກສາອົບຮົມ, ຫຼັກການ ແລະ ວິທີ ການຂອງວຽກງານການສຶກສາອົບຮົມການເມືອງ-ແນວຄິດໃນກຳລັງປ້ອງກັນຄວາມສະຫງົບ,ການສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອປະຕິວັດອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບ, ການປະຕິບັດຕົນໃຫ້ເປັນນາຍ ແລະ ພົນຕຳຫຼວດທີ່ມີຈັນຍາທຳ, ຈັນຍາທຳໃນການປະຕິບັດໜ້າທີ່,ຈັນຍາບັນຕໍ່ພັກ ແລະ ລັດຖະບານ, ຕໍ່ປະເທດຊາດ, ຕໍ່ຕົນເອງ, ຕໍ່ການຈັດຕັ້ງ, ຕໍ່ປະຊາຊົນ ແລະ ຕໍ່ສັງຄົມ, ຄວາມໝາຍ ແລະ ຄວາມຈຳເປັນຂອງການແກ້ ໄຂປະກົດການຫຍໍ້ທໍ້ໃນກຳລັງປ້ອງກັນຄວາມສະຫງົບ, ທັດສະນະຂອງພັກ ແລະທິດຊີ້ນຳລວມ ກ່ຽວກັບການຕ້ານ, ສະກັດກັ້ນປະກົດການຫຍໍ້ທໍ້ໃນກຳລັງ,ກົນອຸບາຍ ແລະ ມາດຕະການສະກັດກັ້ນຍຸດທະສາດ “ຫັນປ່ຽນໂດຍສັນຕິ” ຂອງອິດທິກຳລັງປໍລະປັກ ແລະ ວິທີຕ້ານ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນກຳລັງປ້ອງກັນຄວາມສະຫງົບ ແລະອື່ນໆ.


ການເຊື່ອມຊຶມເອກະສານໃນຄັ້ງນີ້, ເພື່ອເຮັດໃຫ້ນາຍ ແລະ ພົນຕຳຫຼວດໃນກຳລັງປ້ອງກັນຄວາມສະຫງົບແຂວງຜົ້ງສາລີ ມີຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານການເມືອງ-ແນວຄິດຢ່າງເລິກເຊິ່ງ, ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີນ້ຳໃຈຮັກຊາດ, ຮັກລະບອບໃໝ່, ເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະ ເທດຊາດ ແລະ ຕໍ່ປະຊາຊົນ, ມີລະບຽບວິໄນທີ່ເຂັ້ມງວດ, ມີແບບແຜນທີ່ທັນສະໄໝ, ເປັນກຳລັງຫຼັກແຫຼ່ງອັນແຫຼມຄົມຂອງພັກ, ເຮັດໜ້າທີ່ປ້ອງກັນພັກ-ລັດຖະບານ ແລະ ລະບອບໃໝ່ໄວ້ໃຫ້ໝັ້ນຄົງ ແລະ ເພື່ອເຮັດໃຫ້ການເປີດບັ້ນດຳເນີນຊີວິດການເມືອງ ເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີໃນຄັ້ງນີ້, ມີປະສິດທິພາບ ແລະ ປະສິດທິຜົນສູງ.
