ວັນທີ 13 ມັງກອນ 2025, ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ສໍາເລັດການເດີນທາງໄປເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 11-13 ມັງກອນ 2025 ແລະ ໄດ້ເດີນທາງກັບຄືນປະເທດ ໂດຍການຕ້ອນຮັບຂອງ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຕາງໜ້າສະຖານ ທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ຮອງຫົວໜ້າກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ.

ການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຂອງທ່ານລັດຖະມົນຕີ ກະ ຊວງປ້ອງກັນຄວາມສະຫງົບລາວ ພ້ອມຄະນະ ໃນຄັ້ງນີ້ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ປະຈໍາປີ 2025 ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ, ໂດຍມີ ສະຫາຍ ພົນເອກ ເລື່ອງ ຕາມ ກວາງ ກໍາມະການກົມການເມືອງ ສູນກາງພັກກອມ ມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍການນໍາຂັ້ນສູງທັງສອງຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມ, ທັງສອງຝ່າຍ ແມ່ນໄດ້ຕີລາຄາສູງຕໍ່ການຈັດຕັ້ງຜັນຂະຫຍາຍແຜນການຈັດຕັ້ງປະຕິບັດແຜນການຮ່ວມມື ໃນປີ 2024 ຜ່ານມາ ແມ່ນມີຜົນສໍາເລັດຫຼາຍດ້ານພາຍ ໃຕ້ການນໍາພາ-ຊີ້ນຳຂອງສອງພັກ-ສອງລັດ ເຮັດໃຫ້ການຮ່ວມມືຮອບດ້ານຂອງສອງກະ ຊວງ ມີຜົນສໍາເລັດຕາມຄາດໝາຍ.
ສໍາລັບການປະຕິບັດແຜນການຮ່ວມມື ປະຈໍາປີ 2025 ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະ ຫງົບ ສສ ຫວຽດນາມ ແມ່ນຈະສືບຕໍ່ຮ່ວມມືກັນໃນຂົງເຂດວຽກງານທີ່ໄດ້ພົວພັນຮ່ວມມືກັນຜ່ານມາ ໂດຍສະເພາະ ການປະສານສົມ ທົບ, ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນແລະກັນ ໃນການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງບັນດາເຫດການການເມືອງ, ການຕ່າງປະເທດ.
ໃນວາລະທີ່ເຄື່ອນໄຫວເຮັດວຽກຢູ່ ສສ ຫວຽດນາມ, ພົອ ວິໄລ ຫຼ້າຄໍາຟອງ ພ້ອມດ້ວຍຄະ ນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ພ້ອມທັງໄດ້ລາຍງານຜົນສໍາເລັດໃນການຮ່ວມມືສອງຝ່າຍ ໃນປີ 2024 ຜ່ານມາ ພ້ອມທັງສືບຕໍ່ແຜນການຮ່ວມມື ປະຈໍາປີ 2025 ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງສອງພັກ-ສອງລັດ ເຮັດໃຫ້ສອງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງປ້ອງກັນຄວາມສະ ຫງົບຫວຽດນາມ ສາມາດຮັກສາໄດ້ຄວາມສະຫງົບຮອບດ້ານ ເຮັດໃຫ້ສອງປະເທດມີສະຖຽນລະພາບທາງດ້ານການເມືອງ.
ໂອກາດດັ່ງກ່າວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ສະ ແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ຜົນການຮ່ວມມືຮອບດ້ານຕ່າງໆລະຫວ່າງ ສອງພັກ, ສອງລັດຖະບານ ໂດຍສະເພາະ ລະຫວ່າງສອງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໃນການຮ່ວມກັນຜັນຂະຫຍາຍສັນຍາຮ່ວມມືປະຈໍາປີ, ຮ່ວມກັນເສີມສ້າງມູນເຊື້ອສາຍພົວພັນມິດ ຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນກວ່າເກົ່າ.
