ການອອກບັດປະຈຳຕົວດີຈີຕ໋ອນໃຫ້ພົນລະເມືອງໃນໄລຍະຕົ້ນນີ້ເຫັນວ່າໄດ້ຮັບການ ສະໜັບສະໜູນ, ຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈແກ່ເຈົ້າໜ້າທີ່ເປັນຢ່າງດີ, ພົນລະເມືອງລາວມີຄວາມຕື່ນຕົວ, ສະໝັກໃຈ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະຕິບັດຕາມການແນະນຳຂອງເຈົ້າໜ້າທີ່ໃນການປະກອບເອກະສານ, ການສະໜອງຮ່ອງຮອຍນິຕິວິທະຍາ ແລະ ອື່ນໆ, ແຕ່ກໍມີພົນລະເມືອງຈຳນວນໜຶ່ງໄດ້ສວຍໃຊ້ຊ່ອງວ່າງຂອງພົນລະເມືອງຄົນອື່ນທີ່ຍັງບໍ່ຮູ້ສະຖານທີ່ບ່ອນອອກບັດ, ບໍ່ທັນຮູ້ລະບຽບການ ແລະ ອື່ນໆ ໄດ້ສວຍໂອກາດເກັບເງິນນຳພົນລະເມືອງຜູ້ທີ່ມາ ໃນມູນຄ່າ 3 ຫາ 5 ແສນກີບຕໍ່ບັດ; ເຊິ່ງເຫັນວ່າ ຜູ້ສວຍໂອ ກາດເກັບເງິນນີ້ຂາດຈັນຍາບັນ, ຈັນຍາທຳ ສ້າງຄວາມເສຍຫາຍໃຫ້ແກ່ເຈົ້າໜ້າທີ່ ເຮັດໃຫ້ຄົນບໍ່ດີສວຍໂອກາດປັ່ນປ່ວນພາຍໃນ ແລະ ຜິດຕໍ່ລະບຽບກົດໝາຍຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ.

ດ້ວຍເຫດຜົນດັ່ງກ່າວ ຈຶ່ງຂໍແຈ້ງມາຍັງພົນລະເມືອງຊາບທົ່ວເຖິງກັນວ່າ:
1. ການເກັບຄ່າບໍລິຫານເອກະສານໃນການອອກບັດປະຈຳຕົວດີຈີຕ໋ອນໃນປະຈຸບັນ ແມ່ນປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2068/ປກສ, 14 ສິງຫາ 2025 ວ່າດ້ວຍການເກັບຄ່າບໍລິຫານອອກບັດປະຈໍາຕົວປະຊາຊົນລາວໃນໄລຍະຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ;
2. ການເກັບຄ່າບໍລິຫານອອກບັດປະຈຳຕົວດີຈີຕ໋ອນ ໃນລາຄາ 30,000 ກີບຕໍ່ບັດ ໃນລາຄານີ້ແມ່ນລວມທັງການປະກອບເອກະສານ ແລະ ຄ່າບັດປະຈຳຕົວດີຈີຕ໋ອນ; ເຊິ່ງຂໍ້ຕົກລົງດັ່ງກ່າວມີຜົນບັງຄັບໃຊ້ຮອດ ວັນທີ 31 ທັນວາ 2026;
3. ສ່ວນມີການກ່າວຫາເຈົ້າໜ້າທີ່ອອກບັດປະຈຳຕົວວ່າເກັບເງິນຄ່າບໍລິຫານເກີນນຳນົດໃນສື່ອອນລາຍຕ່າງໆນັ້ນ ແມ່ນບໍ່ມີມູນຄວາມຈິງ.
ພ້ອມນີ້, ຮຽກຮ້ອງມາຍັງພົນລະເມືອງລາວທຸກຄົນ, ຖ້າພົບເຫັນບຸກຄົນພາຍນອກທີ່ເຄື່ອນ ໄຫວເປັນນາຍໜ້າ ແລະ ມີການຮຽກຮ້ອງຄ່າບໍລິການອື່ນໆເພີ່ມຕື່ມ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ອອກບັດປະຈຳຕົວບ່ອນຕົນຍືນເອກະສານ ຫຼື ແຈ້ງຕໍ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ.

ສາຍດ່ວນ 1529 ເພື່ອຮັບການຊີ້ແຈງ ຂໍ້ມູນເພີ່ມເຕີມ.
