ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກນະຄອນຫຼວງວຽງຈັນ (ນວ) ຄັ້ງທີ VIII ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25 ກັນຍາ 2025 ທີ່ຫໍປະຊຸມແຫ່ງຊາດ, ໂດຍການເປັນປະທານ ຂອງສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະ ພັກ ນວ, ເປັນກຽດໃນພິທີ ໂດຍສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານແນວລາວສ້າງຊາດ, ບັນດາສະຫາຍຜູ້ແທນສົມບູນ-ສໍາຮອງ, ນັກປະຕິວັດອາວຸໂສບຳນານ, ຜູ້ຊົງຄຸນວຸດ ທິ, ນັກທຸລະກິດ, ນັກຮຽນຮູ້ປັນຍາຊົນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ, ສະຫາຍ ອານຸພາບ ຕຸນາລົມ ໄດ້ກາວເປີດກອງປະຊຸມ ຊຶ່ງມີເນື້ອໃນທີ່ສໍາຄັນວ່າ: ໃນຊຸມປີຜ່ານມາ ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນບັນດາເຜົ່າຊາວ ນວ ໄດ້ອອກແຮງແຂ່ງຂັນກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ແລະ ສ້າງຂະບວນການດ້ານຕ່າງໆຢ່າງຟົດຟື້ນ ເພື່ອສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VIII ຂອງຕົນ, ຜົນສໍາເລັດທີ່ຍາດມາໄດ້ນັ້ນແມ່ນມີຄວາມໝາຍສໍາຄັນ ຊຶ່ງມັນໄດ້ເຮັດໃຫ້ນະຄອນຫຼວງ ມີການປ່ຽນແປງ ແລະ ພັດທະນາດ້ານຕ່າງໆເດັ່ນຊັດຂຶ້ນ, ເປັນຕົ້ນແມ່ນ ນວ ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍດ້ານສັງຄົມໂດຍພື້ນຖານ, ເສດຖະກິດ, ວັດທະນະທຳ-ສັງຄົມໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຊຸກຍູ້ສົ່ງເສີມນັບມື້ດີຂຶ້ນ. ພວກເຮົາໄດ້ດໍາເນີນຊີວິດການເມືອງ ແລະ ປົວແປງພາຍ ໃນພັກ ນັບແຕ່ຂັ້ນຮາກຖານຮອດຂັ້ນນະຄອນຫຼວງ, ໄດ້ຕຳນິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍຈິດໃຈ ສ້າງສັນ, ຄວາມສາມັກຄີພາຍໃນພັກຢ່າງເປັນປຶກແຜ່ນແໜ້ນໜາ, ການດໍາເນີນຊີວິດການເມືອງ ແມ່ນໄດ້ ຕິດພັນກັບການເສີມຂະຫຍາຍປະຊາທິປະໄຕຢ່າງກວ້າງຂວາງພາຍໃນພັກ ແລະ ທົ່ວສັງຄົມ ເຂົ້າໃນການ ປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2025-2030) ແລະ ທາບທາມບຸກຄະລາກອນເຂົ້າໃນກອງປະຊຸມໃຫຍ່ຄັ້ງນີ້. ສິ່ງດັ່ງກ່າວນັ້ນມັນໄດ້ ສະແດງເຖິງຄວາມຮັບຜິດຊອບສູງຕໍ່ຊາຕາກຳ ແລະ ອະນາຄົດຂອງຊາວ ນວ.

ໜ້າທີ່ສໍາຄັນຂອງກອງປະຊຸມໃຫຍ່ຄັ້ງນີ້ ຈະໄດ້ພ້ອມກັນທົບທວນຕີລາຄາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດແນວ ທາງນະໂຍບາຍຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ 5 ປີຜ່ານມາ ແລະ ພ້ອມກັນກຳນົດທິດທາງຄາດ ໝາຍຍຸດທະສາດແຕ່ລະດ້ານ ເພື່ອເປັນການເສີມ ສ້າງໃນການປົກປັກຮັກສາ ແລະ ພັດທະນານະຄອນຫຼວງວຽງຈັນ ແຕ່ນີ້ຮອດປີ 2030.

ກອງປະຊຸມໃຫຍ່ຍັງຈະໄດ້ປະຕິບັດໜ້າທີ່ອັນສໍາຄັນ ໃນການເລືອກຕັ້ງເອົາຄະນະບໍລິ ຫານງານພັກ ນະຄອນຫຼວງວຽງຈັນ ຊຸດທີ VIII ເພື່ອສືບຕໍ່ນໍພາ-ຊີ້ນໍາ ນະຄອນຫຼວງວຽງຈັນ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ດ້ວຍຜົນງານ ແລະ ໄຊຊະນະໃຫຍ່ຫຼວງກວ່າເກົ່າ ແລະ ກອງປະຊຸມຈະໄດ້ເລືອກຕັ້ງເອົາຜູ້ແທນທີ່ເປັນ ຕົວແທນໃຫ້ແກ່ອົງຄະນະພັກນະ ຄອນຫຼວງວຽງຈັນ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກ.

ພິເສດ, ກອງປະຊຸມໃຫຍ່ ຍັງຈະໄດ້ຮັບກຽດຟັງການໂອ້ລົມ ຂອງ ສະຫາຍ ທອງລຸນ ສີສຸລິດ ຊຶ່ງຈະກາຍເປັນທິດຊີ້ນໍາ ອັນສໍາຄັນໃຫ້ແກ່ອົງຄະນະພັກ ນວ ໃນການສືບຕໍ່ປະຕິບັດໜ້າທີ່ວຽກງານ ກໍຄືການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເກີດຜົນເປັນຈິງ.
