ຫ້ອງວ່າການ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ໃນວັນທີ 3 ກັນຍາ 2025, ໂດຍມີ ພົຈວ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ, ມີຄະນະພັກ-ຄະນະກົມ, ພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.


ພັທ ນາງ ດວງຈິດ ຂັນຊະນະວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຫ້ອງວ່າການ ກະຊວງ ປກສ ແລະ ຂໍ້ຕົກລົງຂອງຫ້ອງວ່າການ ກະຊວງ ປກສ ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕຳຫຼວດ ຫ້ອງວ່າການ ກະຊວງ ປກສ, ໃນນີ້ ເລື່ອນຊັ້ນ:
– ພັນຕີ ຂຶ້ນຊັ້ນ ພັທ 2 ສະຫາຍ
– ຮ້ອຍເອກ ຂຶ້ນ ພັນຕີ 2 ສະຫາຍ
– ຮ້ອຍຕີ ຂຶ້ນ ຮ້ອຍໂທ 3 ສະຫາຍ
– ສິບເອກ ຂຶ້ນ ວາທີ 1 ສະຫາຍ
– ສິບໂທ ຂຶ້ນ ສິບເອກ 32 ສະຫາຍ


ໃຫ້ກຽດປະດັບຊັ້ນໂດຍ ພົຈວ ອານຸເດດ ຄູນຄຳ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ.
ໂອກາດດັ່ງກ່າວ, ທ່ານຍັງມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ຕ້ອງໄດ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ, ກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດແຕ່ລະໄລຍະ, ມີຄວາມໜັກແໜ້ນທາງດ້ານການເມືອງ- ແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ພ້ອມ ກັນເອົາໃຈໃສ່ເຄື່ອນໄຫວເຮັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ, ເອົາໃຈໃສ່ເຮັດໜ້າທີ່ວິຊາສະເພາະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຕ້ອງເອົາໃຈໃສ່ຄົ້ນຄວ້າ, ຊອກຮູ້ຮໍ່າຮຽນ ເພື່ອພັດທະນາຕົນເອງໃຫ້ມີຄວາມກ້າວໜ້າ.

ພ້ອມກັນນັ້ນ, ກໍຕ້ອງເປັນເສນາທິການທີ່ດີໃຫ້ຂັ້ນເທິງໃນການສະເໜີທິດທາງ, ວິທີການ, ແຜນການຕ່າງໆ ແລະ ມີທັດສະນະທີ່ຖືກຕ້ອງເໝາະສົມຕໍ່ຂົງເຂດວຽກງານທີ່ຕົນຮັບຜິດຊອບ, ສາມາດຕອບສະໜອງໄດ້ຕາມຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກງານ ໃນແຕ່ລະໄລຍະ, ຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດລະບຽບກົດໝາຍ, ມະຕິ, ຄໍາສັ່ງ, ນິຕິກຳຕ່າງໆ ໂດຍສະເພາະແມ່ນ ລະບຽບຂໍ້ຫ້າມຂອງກໍາລັງປ້ອງກັນຄວາມສະຫງົບວາງອອກ ໃຫ້ຖືກຕ້ອງສອດຄ່ອງ ແລະ ເຂັ້ມງວດ, ເພີ່ມທະວີຄວາມສາ ມັກຄີພາຍໃນກົມກອງໃຫ້ແໜ້ນແຟ້ນ, ເສີມຂະຫຍາຍຄວາມສາມັກຄີກັບປະຊາຊົນບັນດາເຜົ່າ ຢ່າງກວ້າງຂວາງ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕ້ານແນວຄິດສວຍໂອກາດ, ສວຍໃຊ້ໜ້າທີ່ຫາຜົນປະໂຫຍດທີ່ບໍ່ຊອບທຳ ທີ່ພາໃຫ້ເຊື່ອມເສຍບົດບາດຂອງກຳລັງ.

