ໃນວັນທີ 4 ກັນຍາ 2025, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກົມຕໍາຫຼວດຍຸຕິທໍາ ສໍານັກງານຕໍາຫຼວດແຫ່ງຊາດ ກະຊວງພາຍໃນ ແຫ່ງຣາຊະອາ ນາຈັກກໍາປູເຈຍ ໄດ້ຈັດກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ, ຝ່າຍລາວ ນໍາໂດຍ ພັນເອກ ແພງ ໄຊຍະວົງ ຫົວໜ້າກົມຕໍາຫຼວດສະກັດຫັ້ນ ແລະ ຕ້ານຢາເສບຕິດທແລະ ຝ່າຍກໍາປູເຈຍນໍາ ໂດຍ ພົນໂທ ຄິງ ສາຣັດ ຫົວໜ້າກົມຕໍາຫຼວດຍຸຕິທໍາ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.

ພັນເອກ ແພງ ໄຊຍະວົງ ຫົວໜ້າກົມສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ໃຫ້ຮູ້ວ່າ: ສປປ ລາວ ມີຊາຍແດນຕິດກັບ 5 ປະເທດ ແລະ ພື້ນທີ່ຊາຍແດນພາກເໜືອ ຕິດກັບສາມຫຼ່ຽມຄໍາ ຍ້ອນທີ່ຕັ້ງທາງດ້ານພູມສາດ ມີຈຸດພິເສດເປັນພູຜາປ່າດົງສະຫຼັບສັບຊ້ອນ ແລະ ລັກສະນະ ດັ່ງກ່າວ ພວກກຸ່ມເປົ້າໝາຍຄ້າຂາຍຢາເສບຕິດ ໄດ້ສວຍໃຊ້ດິນແດນຂອງ ສປປ ລາວ ເປັນທາງຜ່ານ ລັກລອບຂົນສົ່ງຢາເສບຕິດ ໄປຍັງບັນດາປະເທດຕ່າງໆ ແລະ ຈໍານວນໜຶ່ງກໍຈໍາໜ່າຍຢູ່ພາຍໃນ, ພວກ ເຂົາໄດ້ມີການເຄື່ອນໄຫວໂດຍໃຊ້ເລ່ລ່ຽມອັນເລິກແລບແນບນຽນ ດ້ວຍຫຼາຍວິທີການ, ຮູບການ, ມີການຈັດຕັ້ງເປັນກຸ່ມແກ້ງ ມີຜູ້ບັນຊາ, ເປັນເຄືອຄ່າຍຕິດຈອດເຊື່ອມໂຍງເປົ້າໝາຍພາຍໃນ ແລະ ຕ່າງປະເທດ. ຢາເສບຕິດທີ່ພົບເຫັນຢູ່ ສປປ ລາວ ສ່ວນຫຼາຍແມ່ນ: ຢາບ້າ, ຢາໄອສ໌, ຢາອີ, ເຮໂຣອິນ, ເຄຕາມິນ, ຝິ່ນ, ຄັນຊາ ແລະ ຢາເສບຕິດຮູບແບບໃໝ່ເຊັ່ນ: ຄໍລາເຈັນ, ກາເຟ, ສານໄນຕັດອອກໄຊ ( ທີ່ມີສານເສບຕິດເຈືອປົນ), ນໍ້າກະທ້ອມ, ຢາສູບໄຟຟ້າ ແລະ ອື່ນໆ, ເຊິ່ງແຜ່ລະບາດຫຼາຍໃນສັງຄົມ, ໄວໜຸ່ມ, ຊາວໜຸ່ມ ຄົນຫວ່າງງານຈໍານວນໜຶ່ງມີການມົ້ວສຸມຢູ່ຕາມຮ້ານບັນເທິງ, ຄາລະໂອເກະ, ເທັກ , ບາ. ຕໍ່ກັບສະພາບບັນຫາຢາເສບຕິດ ດັ່ງກ່າວນັ້ນ ພວກເຮົາກໍໄດ້ເອົາໃຈໃສ່ໃນການແກ້ໄຂຢ່າງຈິງຈັງ ໂດຍໄດ້ສຸມໃສ່ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ ລັດຖະບານໄດ້ກຳນົດໄວ້ ປີ (2021 – 2025), ພາຍໃຕ້ການຊີ້ນາຂອງຄະນະພັກ, ຄະນະນາຂອງ ກະຊວງປ້ອງກັນຄວາມສະຫງົບ, ກໍາລັງຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນຂອບເຂດທົ່ວ ປະເທດ ກໍໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານວິຊາສະເພາະຂອງຕົນຢ່າງຈິງຈັງ ສະແດງອອກ ໃນປີ 2024 ຫາເດືອນມິຖຸນາ 2025 ທົ່ວປະເທດສາມາດມ້າງຄະດີໄດ້ທັງໝົດ 6.003 ເລື່ອງ ຈັບຜູ້ຖືກຫາໄດ້ 9.190 ຄົນ, ຄົນຕ່າງປະເທດ 395 ຄົນ, ຢຶດຂອງກາງຢາເສບຕິດ ປະເພດຕ່າງໆຄື: ຢາບ້າ 19.752,04 ກິໂລກຼາມ, ເຮໂຣອິນ 678,23 ກິໂລກຼາມ, ຢາໄອສ໌ 6.516,62 ກິໂລກຼາມ, ຢາຝິ່ນ 165 ກິໂລກຼາມ, ຄັນຊາ 3.869,81 ກິໂລກຼາມ, ແປ້ງຝຸ່ນ 45.965,23 ຕາມິນ 844,65 ກິໂລກຼາມ, ໂຄເຄນ 01 ກິໂລກຼາມ, ນໍ້າຢາສານເຄມີ 101 ຖັງ, ຢາອີ 6.885 ເມັດ ກິໂລກຼາມ, ເຄ , ພາຫະນະ, ອາວຸດ ແລະ ຊັບສິນຈຳນວນໜຶ່ງ.


ໃນໂອກາດນີ້, ຝ່າຍຈໍາປູເຈຍ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານກ່ຽວກັບການສະກັດກັ້ນ ແລະ ຕ້ານຢາເສບຕິດໃນຕະຫຼອດໄລຍະຜ່ານໃຫ້ຝ່າຍລາວຮັບຊາບ.
ນອກນີ້, ທັງສອງຝ່າຍຍັງພ້ອມກັນປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາໃນແຕ່ລະບັນຫາ ເປັນຕົ້ນແມ່ນດ້ານການແລກປ່ຽນຂໍ້ມູນຂ່າວສານ, ການສືບສວນນໍາຈັບເປົ້າໝາຍທີ່ມີໝາຍຈັບສົ່ງໃຫ້ກັນ ແລະ ການຮ່ວມມືການປັດຕິບັດໂຄງການແມ່ນໍ້າຂອງປອດໄພ ໂດຍສະເພາະແມ່ນການປະຕິບັດແຜນປະຕິບັດການ 1511 ແລະ ການຮ່ວມມືເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນຂອງສອງປະເທດ ແນໃສ່ເຮັດໃຫ້ສອງປະເທດມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນສອງຊາດ ລາວ-ກໍາປູເຈຍ.

