ໃນຕອນບ່າຍວັນທີ 4 ກັນຍາ 2025, ທີ່ຫ້ອງຮັບແຂກ ກະຊວງ ປກສ, ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພົນໂທ ຄິງ ສາຣັດ ຫົວໜ້າກົມຕໍາຫຼວດຍຸຕິທໍາ, ສໍານັກງານຕໍາຫຼວດແຫ່ງຊາດ, ກະຊວງພາຍໃນ ແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມສອງຝ່າຍ ລາວ-ກຳປູເຈຍ ວ່າດ້ວຍການປຶກສາຫາລືແລກປ່ຽນວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ຄັ້ງທີ I, ຮ່ວມກັບກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປລາວ ແລະ ພ້ອມທັງລາຍງານຜົນສໍາເລັດໃນການພົບສອງຝ່າຍໃນການມາເຮັດວຽກຢູ່ ສປປ ລາວ, ໃນຄັ້ງນີ້ ໃຫ້ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຊາບ.

ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ພົນໂທ ຄິງ ສາຣັດ ພ້ອມດ້ວຍຄະນະ ທີ່ເຮັດສໍາເລັດທີ່ການເມືອງທີ່ການຈັດຕັ້ງຂັ້ນເທີງມອບໝາຍໃຫ້, ນີ້ແມ່ນຂີດໝາຍອັນສໍາຄັນໃນການພົວພັນຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສະກັດກັ້ນຕ້ານບັນຫາປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດຢູ່ຕາມຊາຍແດນ ບັນດາແຂວງຕິດຈອດລະຫວ່າງສອງປະເທດ ລາວ-ກໍາປູເຈຍ, ພ້ອມນີ້ ທ່ານ ຮອງລັດຖະມົນຕີ ກະຊວງປ້ອງຄວາມສະຫງົບ ສປປ ລາວ, ໄດ້ເຫັນດີເປັນເອກະພາບຕໍ່ແຜນການພົວພັນຮ່ວມມືໃນການພົບປະແລກປ່ຽນບົດຮຽນດ້ານວຽກງານວິຊາສະເພາະ ລະຫວ່າງ ກົມຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບ ຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ກົມຕຳຫຼວດຍຸຕິທໍາ, ສໍານັກງານຕຳຫຼວດແຫ່ງຊາດ, ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ແລະ ຂໍໃຫ້ການພົວພັນຮ່ວມມືລະຫວ່າງສອງກົມວິຊາສະເພາະນີ້ສືບຕໍ່ພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສະກັດກັ້ນ ແລະ ຕ້ານບັນຫາຢາເສບຕິດ ຢູ່ໃນສອງປະເທດໃຫ້ມັນຫຼຸດໜ້ອຍຖອຍລົງ ແລະ ສືບຕໍ່ຮັດແໜ້ນຄວາມສາມະຄີອັນເປັນມູນເຊື້ອໃຫ້ແໜ້ນແຟ້ນ ຍິ່ງໆຂື້ນ.

ໃນໂອກາດນີ້, ພົນໂທ ຄິງ ສາຣັດ ຫົວໜ້າກົມຕຳຫຼວດຍຸຕິທໍາ, ສໍານັກງານຕຳຫຼວດແຫ່ງ ຊາດ, ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ພ້ອມດ້ວຍຄະນະທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ແລະ ພ້ອມແລ້ວຈະນໍາເອົາເນື້ອໃນຈິດໃຈທີ່ມີຄວາມໝາຍສໍາຄັນທີ່ໄດ້ພົບປະໂອ້ລົມກັບ ທ່ານ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະ ຫງົບ ສປປ ລາວ ໃນຄັ້ງນີ້ ນໍາໄປຈັກຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງໃຫ້ໄດ້ຮັບໝາກຜົນຍິ່ງໆຂື້ນ.


