
ຕາມລັດຖະບັນຍັດວ່າດ້ວຍການປັບປຸງ ມາດຕາ 34 ແລະ ມາດຕາ 38 ຂອງກົດໝາຍວ່າດ້ວຍການປະກັນສັງຄົມ
ມາດຕາ 34 ເງື່ອນໄຂຮັບການອຸດໜູນບຳນານ
ຜູ້ທີ່ຮັບການອຸດໜູນບຳນານ ມີເງື່ອນໄຂ ດັ່ງນີ້:
ເພດຊາຍ ແລະ ເພດຍິງ ຕ້ອງມີປີການ 25 ປີ ຂຶ້ນໄປ ແລະ ມີອາຍຸກະສຽນ 57ປີ ຫາ 60 ປີ ສໍາລັບເພດຊາຍ, 55 ປີ ຫາ 60 ປີ ສໍາລັບເພດຍິງ.
ສໍາລັບຜູ້ມີປີການ 23ປີ ຂຶ້ນໄປແຕ່ບໍ່ເຖິງ ຊາວຫ້າປີ ສາມາດຮັບອຸດໜູນບໍານານໄດ້ ແຕ່ໃຫ້ຫຼຸດອັດຕາສ່ວນຮ້ອຍອຸດໜູນບຳນານລົງໜຶ່ງສ່ວນຮ້ອຍ (1%) ຕໍ່ ໜຶ່ງປີການທີ່ຫຼຸດ;
ສໍາລັບອາຍຸກະສຽນ ແລະ ປີການຂອງທະຫານ, ຕຳຫຼວດ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍນາຍ ທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ.
1.ເຂົ້າການປະຕິວັດກ່ອນປີ 1975, ເສຍກຳລັງແຮງງານປະເພດ ໜຶ່ງ ຫາ ສີ່, ເຮັດວຽກກັບທາດເບື່ອ, ເຄມີ ແລະ ສານພິດທີ່ເປັນອັນຕະລາຍຕໍ່ສຸຂະພາບແຕ່ ຫ້າປີ ຂຶ້ນໄປ ຕາມການຢັ້ງຢືນທາງການແພດ, ມີອາຍຸ ກະສຽນ 55 ປີ ຂຶ້ນໄປ ສໍາລັບເພດຊາຍ, 50 ປີຂຶ້ນໄປ ສໍາລັບເພດຍິງ ແລະ ມີປີການແຕ່ 20 ປີ ຂຶ້ນໄປ ແລະ ໃຫ້ຈັດເຂົ້າຢູ່ໃນກຸ່ມຜູ້ຮັບບຳນານ ໄລຍະທີສາມ;
2.ເຮັດວຽກໃນລະບອບເກົ່າກ່ອນປີ 1975 ໃຫ້ຄິດໄລ່ປີການ ສາມປີໃດ ເທົ່າກັບ ໜຶ່ງປີການ ແລະ ໃຫ້ຈັດເຂົ້າເປັນ ໄລຍະທີສອງ;
3.ມີການຢັ້ງຢືນພັກຮັບບຳນານຢ່າງຖືກຕ້ອງ ຈາກຂະແໜງການທີ່ກ່ຽວຂ້ອງ.
ມາດຕາ 38 ການຄິດໄລ່ເງິນອຸດໜູນເທື່ອດຽວ
ຜູ້ບໍ່ຄົບເງື່ອນໄຂຮັບການອຸດໜູນບຳນານ ຈະໄດ້ຮັບເງິນອຸດໜູນເທື່ອດຽວ ຊຶ່ງຄິດໄລ່ເທົ່າກັບ ແປດສິບຫ້າສ່ວນຮ້ອຍ (85%) ຂອງເງິນປະກັນຕົນເດືອນສຸດທ້າຍ ຄູນ ໜຶ່ງເດືອນເຄິ່ງ ແລະ ຄູນ ໃຫ້ຈໍານວນປີການຂອງຜູ້ກ່ຽວ.
